ສານມຽນມາຕັດສິນເພີ່ມຄະດີຈຳຄຸກ ໃຫ້ແກ່ອະດີດການນຳ
ສຳນັກຂ່າວຊິນຮວາໃຫ້ຮູ້ເມື່ອວັນທີ 2 ມັງກອນນີ້ວ່າ: ທະນາຍຄວາມອົງການໄອຍະການສານປະຊາຊົນຂອງລັດຖະບານມຽນມາ ໄດ້ປະກາດຄະດີສໍ້ລາດບັງຫຼວງ 5 ຄະດີກ່ຽວກັບອະດີດທີ່ປຶກສາແຫ່ງລັດມຽນມາທ່ານນາງ ອອງຊານຊູຈີ ແລະ ທ່ານ ເວິນ ມິນ ອະດີດປະທານາທິບໍດີມຽນມາ, ໂດຍສານພິເສດໃນຄຸກ ໄນພີທາວ ໄດ້ປະ ກາດວ່າ ທັງສອງຄົນໄດ້ຖືກຕັດສີນຈຳຄຸກເພີ່ມອີກ 7 ປີ, ເຮັດໃຫ້ການລົງໂທດຂອງທ່ານນາງ ອອງຊານ ຊູຈີ ໄດ້ເພີ່ມເປັນ 33 ປີ, ໂທດຈຳຄຸກທ່ານ ເວິນ ມິນ ໄດ້ເພີ່ມເປັນ 12 ປີ. ກ່ອນໜ້ານີ້, ທ່ານນາງ ອອງຊານ ຊູຈີ ໄດ້ຖືກຕັດສິນໃນຄະດີທີ່ກ່ຽວ ຂ້ອງເຖິງການສໍ້ໂກງ, ສໍ້ລາດບັງຫຼວງ, ຍຸຍົງໃຫ້ຜູ້ອື່ນສ້າງອັນຕະລາຍຕໍ່ຄວາມໝັ້ນຄົງຂອງ ຊາດ, ຝ່າຝືນກົດໝາຍວ່າດ້ວຍການຄຸ້ມຄອງໄພທຳມະຊາດ, ຝ່າຝືນກົດໝາຍນຳເຂົ້າ-ສົ່ງອອກ ແລະ ກົດໝາຍສື່ສານເປັນຕົ້ນ. ທ່ານ ເວິນ ມິນ ໄດ້ຖືກຕັດສິນລົງ ໂທດໃນ ຄະດີທີ່ພົວພັນເຖິງການຍຸຍົງໃຫ້ຜູ້ອື່ນເປັນອັນຕະລາຍຕໍ່ຄວາມປອດໄພແຫ່ງຊາດ ແລະ ລະເມີດກົດໝາຍການຄຸ້ມຄອງໄພພິບັດທຳມະຊາດ. ວັນທີ 1 ກຸມພາ 2021, ກອງ ທັບມຽນມາໄດ້ກັກຕົວ ທ່ານ ເວິນ ມິນ ປະທາ ນາທິບໍດີມຽນມາ, ທ່ານ ນາງ ອອງຊານຊູຈີ ທີ່ປຶກສາແຫ່ງ ລັດ ແລະ ບັນດາເຈົ້າໜ້າທີ່ຂັ້ນສູງ ຂອງພັກສັນນິບາດແຫ່ງ ຊາດເພື່ອປະຊາທິປະໄຕ (NLD) ຈຳນວນໜຶ່ງ. ຕໍ່ມາ, ທັງສອງໄດ້ຖືກກ່າວຟ້ອງ ໃນຂໍ້ຫາສໍ້ລາດບັງຫຼວງ ແລະ ກໍ່ອາຊະຍາກຳຫຼາຍຢ່າງ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ